ການລຶບຂໍ້ມູນຜູ້ໃຊ້

ວິທີຂໍໃຫ້ຄະນະຈັດງານລຶບຂໍ້ມູນຂອງທ່ານອອກຈາກລະບົບ ແລະ ສິ່ງທີ່ລຶບບໍ່ໄດ້ພ້ອມເຫດຜົນ.

ອັບເດດລ່າສຸດ: 5 ສິງຫາ 2026

ວິທີຂໍ

ສົ່ງອີເມວມາຫາທີ່ຢູ່ຂ້າງລຸ່ມ ພ້ອມຂໍ້ມູນນີ້:

  • ຫົວຂໍ້ອີເມວ: ຂໍລຶບຂໍ້ມູນ
  • ວິທີທີ່ທ່ານໃຊ້ເຂົ້າສູ່ລະບົບ (Google, Facebook ຫຼື ອີເມວ)
  • ຖ້າທ່ານສົ່ງຜົນງານ ໃຫ້ແນບ ລະຫັດອ້າງອີງ ຂອງຜົນງານມານຳ

ສົ່ງຈາກ ອີເມວອັນດຽວກັບທີ່ໃຊ້ເຂົ້າສູ່ລະບົບ — ນີ້ຄືວິທີທີ່ເຮົາຢືນຢັນວ່າເປັນທ່ານແທ້ ແລະ ກັນຄົນອື່ນຂໍລຶບຂໍ້ມູນຂອງທ່ານ.

ayong_99@hotmail.com

ສິ່ງທີ່ຈະຖືກລຶບ

  • ອີເມວ ແລະ ຕົວລະບຸບັນຊີ Google/Facebook ຂອງທ່ານ
  • ເບີໂທ ແລະ ທີ່ຢູ່ (ຖ້າທ່ານເປັນຜູ້ສົ່ງຜົນງານ)
  • ຮູບທີ່ ຍັງບໍ່ທັນເຂົ້າຮອບໂຫວດ ພ້ອມໄຟລ໌ຕົ້ນສະບັບ

ສິ່ງທີ່ລຶບບໍ່ໄດ້ ແລະ ເປັນຫຍັງ

ເຮົາເລືອກທີ່ຈະບອກຄວາມຈິງແທນທີ່ຈະສັນຍາເກີນຄວາມສາມາດ:

  • ແຖວການລົງຄະແນນ — ລຶບບໍ່ໄດ້ ເພາະຜົນລວມທີ່ປະກາດໄປແລ້ວຈະນັບຄືນບໍ່ກົງ ແລະ ພິສູດຄວາມໂປ່ງໃສບໍ່ໄດ້ອີກ. ແຕ່ເຮົາ ຕັດການເຊື່ອມໂຍງກັບຕົວທ່ານອອກ — ຄະແນນຍັງຖືກນັບ ແຕ່ບໍ່ມີໃຜຮູ້ວ່າເປັນຂອງໃຜ.
  • ຮູບທີ່ເຂົ້າຮອບໂຫວດແລ້ວ — ຖອນອອກກາງຄັນຈະບິດເບືອນຜົນການແຂ່ງຂັນຂອງຜູ້ອື່ນ. ຖອນໄດ້ຫຼັງປະກາດຜົນສຸດທ້າຍ.
  • ບັນທຶກການກວດສອບ — ເປັນຫຼັກຖານວ່າຄະນະຈັດງານບໍ່ໄດ້ແກ້ຜົນ. ບັນທຶກເຫຼົ່ານີ້ເກັບແຕ່ຄ່າ hash ບໍ່ມີຂໍ້ມູນສ່ວນຕົວ.

ໄລຍະເວລາ

ເຮົາຕອບຮັບພາຍໃນ 7 ວັນ ແລະ ດຳເນີນການແລ້ວແຈ້ງຜົນພາຍໃນ 30 ວັນ.

ກົດກະຕິກາ ແລະ ນະໂຍບາຍຄວາມເປັນສ່ວນຕົວ